Website Logo

ວິທະຍາໄລຄູສາລະວັນ

SALAVAN TEACHER TRAINING COLLEGE

ລິ້ງຕ່າງໆ
ໜ້າທຳອິດ

ສະຫຼຸບການຈັດຕັ້ງປະຕິບັດແຜນ 6 ຕົ້ນປີ 2024

ສະຫຼຸບການຈັດຕັ້ງປະຕິບັດແຜນ 6 ຕົ້ນປີ 2024

2024-08-20T09:13

ສະພາວິທະຍາສາດແມ່ນໜຶ່ງໃນສາມຂອງສະພາວິທະຍາຄູທີ່ໄດ້ຖືກສ້າງຕັ້ງຂຶ້ນ ແລະເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໂດຍສະເພາະການສົ່ງເສີມຊຸກຍູ້ໃຫ້ຄູ-ອາຈານໄດ້ເຜີຍແຜ່ຜົນງານການວິໄຈອອກສູ່ສັງຄົມພາຍນອກ. ດໍາເນີນການຄົ້ນຄວ້າວິໄຈ, ຄົ້ນຄວ້າເອກະສານປະກອບການສອນ, ຮຽບຮຽງ ແລະ ແປເອກະສານປະກອບການສອນ ເຊິ່ງກອງເລຂາສະພາໄດ້ສັງລວມ ມີຈຳນວນທັງໝົດ 38 ໂຄງການ ເຊິ່ງແບ່ງອອກເປັນ 2 ງວດຄື: ງວດທີ 1 ມີຈໍານວນ 19 ໂຄງການ, ງວດທີ 2 ມີຈໍານວນ 19 ໂຄງການ. ສ່ວນງວດທີ 3 ແລະ 4, ສະພາວິທະຍາສາດຈະສຶບຕໍ່ເອົາໃຈໃສ່ສົ່ງເສີມແລະຊຸກຍູ້ໃຫ້ຄູອາຈານໄດ້ດໍາເນິນການຄົ້ນຄວ້າ, ແປ ແລະ ຮຽບຮຽງເອກະສານຕ່າງໆ ຕາມຮູບແບບ ແລະຂະບວນການທີ່ເຂັ້ມງວດ ພ້ອມທັງເຜີຍແຜ່ຜົນງານການຄົ້ນຄວ້າອອກສູ່ສັງຄົມພາຍນອກໃຫ້ນັບມື້ນັບຫຼາຍຂຶ້ນ ສ້າງສະພາໃຫ້ເປັນເຄື່ອງມືປະກອບສ່ວນວຽກງານຮັບໃຊ້ວິທະຍາໄລຄູ ເພື່ອກ້າວສູ່ການເປັນສະຖາບັນໃນອະນາຄົດອັນໃກ້ຢ່າງປະກົດຜົນເປັນຈິງ.
ເຊິ່ງ​ເປັນ​ປະ​ທານ ຂອງທ່ານ ຊອ ວັດ​ທະ​ນາ​ໝັ້ນ​ວິ​ໄລ ຜູ້​ອຳ​ນວຍ​ການ​ວິ​ທະ​ຍາ​ໄລ​ຄູ​ສາ​ລະ​ວັນ​, ຫົວ​ໜ້າ​ພະ​ແນກ, ຫົວ​ໜ້າພາກວິ​ຊາ​ພ້ອມ​ດ້ວຍ​ພະ​ນັກ​ງານ​ຄູ​ສອນ​ພາຍ​ໃນ​ວິ​ທະ​ຍາ​ໄລ​ຄູ​ສາ​ລະ​ວັນ ໃນ​ຄັ້ງ​ວັນ​ທີ 1 ສິງ​ຫາ 2014.

Facebook Page Name