Website Logo

ວິທະຍາໄລຄູສາລະວັນ

SALAVAN TEACHER TRAINING COLLEGE

ລິ້ງຕ່າງໆ
ໜ້າທຳອິດ

ງານ​ຖາມ-ຕອບ​ວິ​ທະ​ຍາ​ສາດ ປະ​ຈຳ​ສົກ​ຮຽນ 2024-2025

ງານ​ຖາມ-ຕອບ​ວິ​ທະ​ຍາ​ສາດ ປະ​ຈຳ​ສົກ​ຮຽນ 2024-2025

2024-09-10T10:32

ໃນ​ຕອນ​ເຊົ້າ​ຂອງວັນ​​ທີ 10 ກັນ​ຍາ 2024 ທີ່​ວິ​ທະ​ຍາ​ໄລ​ຄູ​ສາ​ລະ​ວັນ ໄດ້​ຈັດ​ງານ​ຖາມ-ຕອບ​ວິທະ​ຍາ​ສາດ​ປະ​ຈຳ​ສົກ​ຮຽນ 2024-2025 ເຊິ່ງ​ເປັນ​ປະ​ທານ ທ່ານ ອ​ຈ ປອ ພູ​ມີ ຈັນ​ທະ​ລັງ​ສີ ຮອງ​ອຳ​ນວຍ​ການ ແລະ ຫົວ​ໜ້າ​ພະ​ແນກວິ​ຊາ​ການ, 6 ພາກວິ​ຊາ, ພະ​ນັກ​ງານ​ຄູ-ອາ​ຈານ​ພາຍ​ໃນ​ ແລະ ນັກ​ຕອບ​ຈາກ 6 ພາກວິ​ຊາ ພ້ອມ​ດ້ວຍ​ນັກ​ສຶກ​ສາ​ທັງ​ໝົດ. ເຊິ່ງ​​ກິດ​ຈະ​ກຳ​ໃນ​ຄັ້ງນີ້​ເພື່ອ​ໃຫ້​ນັກ​ຮຽນ​ສາ​ມາດ​ຕອບ​ຄຳ​ຖາມ​ວິ​ທະ​ຍາ​ສາດ​ວິ​ຊາ​ສະ​ເພາະ​ໄດ້ ແລະ ຕອບ​ວິ​ຊາ​ຄວາມ​ຮູ້​ຮອບ​ຕົວ ນອກນັ້ນ​ຍັງ​ມີ​ການ​ສົນ​ທະ​ນາ​ຕາມ​ກິດ​ຈະ​ກຳ​ຕ່າງໆນອກ​ຫ​​ອ້ງຮຽນ, ເຝິກ​ທັກ​ສະ ແລະ ສ້າງ​ຕົນ​ເອງ​ໃຫ້​ມີ​ຄວາມ​ກ້າ​ຫານ​ໃນ​ການ​ສະ​ແດງ​ອອກ​ໃຫ້​ດີ​ຂື້ນ​ເທື່ອ​ລະ​ກ້າວ ສາ​ມາດ​ນຳ​ໃຊ້​ກິດ​ຈະ​ກຳ​ຕ່າງ​ເຂົ້າ​ໃນ​ວຽກ​ງານ​ການ​ສິດ​ສອນ​ໃນ​ອະ​ນາ​ຄົດ​ໄດ້.

Facebook Page Name