ວິທະຍາໄລຄູສາລະວັນໄດ້ຈັດກິດຈະກຳຖາມ-ຕອບວິທະຍາສາດປະຈຳສົກຮຽນ 2021-2022
ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2022 ວິທະຍາໄລຄູສາລະວັນໄດ້ຈັດກິດຈະກຳຖາມ-ຕອບວິທະຍາສາດຂອງນັກສຶກສາ ປະຈຳສົກຮຽນ 2021-2022 ໂດຍການເປັນປະທານຂອງທ່ານ ສົມບູນ ສີລິສົງຄາມ ຮອງຜູ້ອຳນວຍການຝ່າຍວິຊາການ ໃຫ້ກຽດເຂົ້າຮ່ວມມີ ທ່ານ ອຈ ນາງ ສົມປອງ ແສນທະວີສຸກ ຮອງຜູ້ອຳນວຍການຝ່າຍວັດ-ປະເມີນຜົນ, ທ່ານ ບຸນນະ ໄຊຍະເພັດ ຮອງຜູ້ອຳນວຍການຝ່າຍກິດຈະການ, ມີບັນດາຫົວໜ້າພະແນກ,ຫົວໜ້າພາກວິຊາຂອງວິທະຍາໄລ ຕະຫຼອດຮອດຄູອາຈານ ແລະ ນ້ອງໆນັກສຶກສາທຸກຊັ້ນທຸກລະບົບກໍໄດ້ເຂົ້າຮ່ວມແຂ່ງຂັນ ແລະ ຮ່ວມເຊຍເປັນກຳລັງໃຈໃຫ້ແກ່ນັກຖາມ-ຕອບ ກໍຄືຕົວແທນໃຫ້ແກ່ສາຍຮຽນ.ໃນນັ້ນມີນັກຖາມ-ຕອບທີ່ເປັນຕົວແທນໃຫ້ບັນດາສາຍເຂົ້າຮ່ວມລວມມີ 8 ທີມແຕ່ລະທີມມີນັກຕອບ3ຄົນຄື:
ສາຍຊີວະສາດ
ສາຍປະຫວັດສາດ
ສາຍປະຖົມ ລະບົບ 12+2
ສາຍປະຖົມ ລະບົບ 12+4
ສາຍເຄມີສາດ
ສາຍພາສາລາວ
ສາຍອະນຸບານ ລະບົບ 12+2
ສາຍອະນຸບານ ລະບົບ 12+4
ເຊີ່ງການແຂ່ງຂັນແມ່ນດຳເນີນເປັນສອງຮອບ ພ້ອມດຽວກັນບັນດານ້ອງໆນັກສຶກສາທີ່ເຂົ້າຮ່ວມຊົມຮ່ວມເຊຍກໍໄດ້ມີກິດຈະກຳຕອບຄຳຖາມເອົາຂອງລາງວັນຢ່າງເປັນຂະບວນພົດພື້ນມ່ວນຊື່ນ. ຜ່ານການແຂ່ງຂັນສາມາດສະຫຼຸບທີມທີ່ສາມາດໄດ້ຊະນະເລີດມີ 3 ທີມຄື:
ລາງວັນທີ1 ສາຍອະນຸບານ ລະບົບ 12+2
ລາງວັນທີ2 ສາຍຊີວະສາດ
ລາງວັນທີ3 ສາຍປະຖົມ ລະບົບ 12+2
ສ່ວນທີມທີ່ເຫຼືອແມ່ນລາງວັນຊົມເຊີຍ.
ພາບ: ສີສຸກ ສາຍເວຫາ
ຂ່າວ: ຄຳວິໄລ ອໍລະໄທ
ຕອບກັບ