ສະຫະພັນແມ່ຍິງ ຮາກຖານ ວິທະຍາໄລຄູສາລະວັນຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 3 ດີ ປະຈຳປີ 2021 ແລະ ທິດທາງແຜນການປະຕິບັດ ຂໍ້ແຂ່ງຂັນ 3 ດີປະຈຳປີ 2022.
ວັນທີ 21 ມັງກອນ 2022 ສະຫະພັນແມ່ຍິງ ຮາກຖານ ວິທະຍາໄລຄູສາລະວັນໄດ້ຈັດກອງປະຊຸມ ຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 3 ດີ ປະຈຳປີ 2021 ແລະ ທິດທາງແຜນການປະຕິບັດຂໍ້ແຂ່ງຂັນ 3 ດີປະຈຳປີ 2022.ໂດຍການເປັນປະທານຂອງ ທ່ານ ນາງ ຄຳສະຫວັນ ຈັນສີຍະວົງ ຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງ ຮາກຖານ ວິທະຍາໄລຄູສາລະວັນ ໂດຍການເຂົ້າຮ່ວມ ຂອງທ່ານ ນາງ ວາດສະໜາ ໂພໄຊຍະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງ ແຂວງສາລະວັນ ພ້ອມດ້ວຍ ທ່ານ ວັດທະນາ ໝັ້ນວິໄລ ເລຂາຄະນະພັກຮາກຖານ ຮັກສາການຜູ້ອຳນວຍການວິທະຍາໄລຄູສາລະວັນ ແລະ ສະມາຊິກສະຫະພັນແມ່ຍິງ ຮາກຖານ ວິທະຍາໄລຄູສາລະວັນ. ໃນພິທີ ທ່ານ ນາງ ຄຳສະຫວັນ ຈັນສີຍະວົງ ຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງ ຮາກຖານ ວິທະຍາໄລຄູສາລະວັນ ກໍ່ໄດ້ຂື້ນຜ່ານບົດສະຫລຸບ ຂະບວນການແຂ່ງຂັນ 3 ດີ ປະຈຳປີ 2021 ເຊິ່ງຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ ສາມາດຄັດເລືອກບຸກຄົນ 3 ດີ ປະເພດ 1 ໄດ້ 360 ຄົນ ໃນນັ້ນ;
- ໄດ້ຮັບຍ້ອງຍໍຈາກສູນກາງສະຫະພັນແມ່ຍິງລາວ ຈໍານວນ 54 ສະຫາຍ.
- ໄດ້ຮັບຍ້ອງຍໍຈາກປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຈໍານວນ 115 ສະຫາຍ.
- ໄດ້ຮັບໃບຢັ້ງຢືນຈາກເລຂາຄະນະພັກຮາກຖານ ຄັ້ງທີ 1 ຈໍານວນ 64 ສະຫາຍ .
- ໄດ້ຮັບໃບຢັ້ງຢືນຈາກເລຂາຄະນະພັກຮາກຖານ ຄັ້ງທີ 2 ຈໍານວນ 127 ສະຫາຍ .
- ໄດ້ຮັບນາມມະຍຸດເປັນຮາກຖານ 3 ດີ 5 ປີ ຕໍ່ເນື່ອງ, ໄດ້ຮັບການຍ້ອງຍໍຈາກສູນກາງສະຫະພັນແມ່ຍິງລາວ.
ຈາກນັ້ນທ່ານ ນາງ ຄຳສະຫວັນ ຈັນສີຍະວົງ ປະທານສະຫະພັນແມ່ຍິງ ຮາກຖານ ວິທະຍາໄລຄູສາລະວັນ ກໍ່ໄດ້ຂື້ນຜ່ານທິດທາງແຜນການປະຕິບັດຂໍ້ແຂ່ງຂັນ 3 ດີປະຈຳປີ 2022 ໃນວາລະສຸດທ້າຍກໍ່ໄດ້ຮັບຟັງການໂອ້ລົມຂອງ ທ່ານ ນາງ ວາດສະໜາ ໂພໄຊຍະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງ ແຂວງສາລະວັນ ເຊິ່ງທ່ານໄດ້ເນັ້ນໃຫ້ສະມາຊິກສະຫະພັນແມ່ຍິງ ຮາກຖານ ວິທະຍາໄລຄູສາລະວັນຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃນການປະຕິບັດຕົນໃຫ້ກາຍເປັນແມ່ຍິງ 3 ດີຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ
ຕອບກັບ